ຄຳນຳ
ວຽກງານບົດບາດຍິງ-ຊາຍ ແມນໜຶ່ງໃນຂະແໜງບຸລິມະສິດໃນວຽກການພັດທະນາ ທີ່ໄດຮັບການຂະຫຍາຍມາຈາກເປົ້າໝາຍ ການພັດທະນາແບບຍືນຍົງ (SDG) ແລະ ໄດຮັບການເຊື່ອມສານເຂົ້າວາລະແຫງຊາດ, ຍຸດທະສາດ. ດັ່ງນັ້ນ, ການເຊື່ອມ ສານວຽກງານບົດບາດຍິງ-ຊາຍຈຶ່ງມີຄວາມສຳຄັນໂດຍສະເພາະແມນໃນລະດັບການຈັດຕັ້ງປະຕິບັດ ແລະ ລະດັບອົງການ ຈັດຕັ້ງ ທີ່ກວມເອົາການຂົນຂວາຍ ແລະ ການສາງນະໂຍບາຍ, ນິຕິກຳ, ການຄົ້ນຄວາ, ການປຶກສາຫາລື, ການຈັດສັນ ຊັບພະຍາກອນ, ການວາງແຜນ, ການຕິດຕາມ ແລະ ການປະເມີນ ທີ່ເອື້ອອຳນວຍໃຫແກວຽກງານການເຊື່ອມສານບົດບາດ ຍິງ-ຊາຍ. ພາຍໃຕໂຄງການ “ສາງຄວາມກາວໜາໃຫແກລະບົບປົກປອງສັງຄົມ ແລະ ສິດທິແຮງງານ ໃຫແກຊາວກະສິກອນໃນສວນ ກາເຟ ແລະ ຊາ” ທີ່ພວມຈັດຕັ້ງປະຕິບັດຮວມກັນຂອງອົງການແຮງງານສາກົນ ແລະ ອົງການອັອກສຟາມ ປະຈຳ ສປປ ລາວ ພາຍໃຕ້ກອບການຮວມມືສາມຝາຍ ແລະ ໄດຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບ, ການສົ່ງເສີມການເອົາໃຈໃສ ບົດບາດຍິງ-ຊາຍໃນວຽກງານປົກປອງສັງຄົມ ແມນໄດຮັບການເຊື່ອມສານເຂົ້າໃນກິດຈະກຳໂຄງການ ໂດຍແນໃສເພື່ອສົ່ງເສີມ ການມີສວນຮ່ວມ, ການສາງຄວາມເຂັ້ມແຂງ, ແລະ ການສົ່ງເສີມການເປັນຜູນຳຂອງແມຍິງທີ່ເຮັດວຽກຢູໃນຂະແໜງກາເຟ ແລະ ຊາ ຢູໃນເຂດພູພຽງບໍລະເວນ ແລະ ເພື່ອໃຫເຂົາເຈົ້າໄດຮັບຮູສິດ ແລະ ມີຄວາມອາດສາມາດໃນການຕັດສິນໃຈ. ຄຳແນະນຳດານການເອົາໃຈໃສສົ່ງເສີມບົດບາດຍິງ-ຊາຍ ໃນວຽກງານການປົກປອງສັງຄົມສະບັບນີ້ແມນໄດຮັບການສາງຂຶ້ນ ເພື່ອ ເປັນບອນອີງໃຫແກການຈັດຕັ້ງປະຕິບັດກິດຈະກຳໂຄງການ “ສາງຄວາມກາວໜາໃຫແກລະບົບປົກປອງສັງຄົມ ແລະ ສິດທິແຮງງານ ໃຫແກຊາວກະສິກອນໃນສວນກາເຟ ແລະ ຊາ” ໂດຍໄດມີການດຳເນີນການສຶກສາ, ເກັບກຳຂໍ້ມູນ, ວິເຄາະ ບັນຫາ, ສາເຫດ, ສາຍພົວພັນທາງອຳນາດທີ່ເປັນປັດໃຈກະທົບຕໍ່ກັບການມີສວນຮວມຂອງແມຍິງ ແລະ ການເຂົ້າເຖິງການ ປົກປອງສັງຄົມ ໂດຍສະເພາະແມນແຮງງານນອກລະບົບເພດຍິງໃນຂະແໜງຊາ ແລະ ກາເຟ. ນອກຈາກນີ້, ຍັງມີຂໍ້ມູນທີ່ໄດ ມາຈາກການປຶກສາຫາລື, ແລະ ການຈັດຕັ້ງປະຕິບັດກິດຈະກຳຕົວຈິງໃນພື້ນທີ່ ໂດຍມີການເຂົ້າຮວມຈາກແຮງງານນອກ ລະບົບໂດຍສະ ເພາະແມນຊາວກະສິກອນໃນຂະແໜງຜະລິດຊາ ແລະ ກາເຟ. ນອກຈາກນີ້, ຄຳແນະນຳດານການເອົາໃຈໃສສົ່ງເສີມບົດບາດຍິງ-ຊາຍໃນວຽກງານການປົກປອງສັງຄົມສະບັບນີ້ແມນເປັນ ຂໍ້ມູນອ້າງອີງທາງວິຊາການເພື່ອສະເໜີໃນການປັບປຸງດານນະໂຍບາຍ, ນິຕິກຳ ແລະ ວິທີການຈັດຕັ້ງປະຕິບັດກິດຈະກຳທີ່ ສົ່ງເສີມວຽກງານບົດບາດໃນອະນາຄົດອີກດວຍ.
I. ສະພາບລວມ
ຂະແໜງການຜະລິດຊາ ແລະ ກາເຟ ເປັນຂະແໜງການໜຶ່ງທີ່ສາງວຽກເຮັດງານທຳໃນຊົນນະບົດ ແລະ ມີບົດບາດສຳຄັນໃນການ ປະກອບສ່ວນພັດທະນາເສດຖະກິດ ແລະ ສັງຄົມໃນ ສປປ ລາວ. ການຜະລິດຊາ-ກາເຟຢູເຂດພູພຽງບໍລະເວນແມນຜະລິດໂດຍ ຊາວກະສິກອນຢູໃນທອງຖິ່ນ. ເຖິງຢາງໃດກໍ່ຕາມ, ໃນໄລຍະບໍ່ດົນຜານມາການຂາຍຊາ-ກາເຟ ໄດມີພາກສ່ວນທຸລະກິດເຂົ້າມາມີ ບົດບາດຢູໃນວຽກງານນີ້ ໂດຍສະເພາະແມນການຄາຂາຍເປັນກຸມ. ນອກຈາກການຈາງານຈາກສະຫະກອນຂະໜາດໃຫຍ, ເຫັນ ວາຊາວກະສິກອນໃນຂະແໜງ ຊາ-ກາເຟ ສວນຫຼາຍ ແມນແຮງງານນອກລະບົບ ທີ່ເຮັດວຽກຢູໃນສວນຂອງຕົນເອງ, ສໍາລັບແຮງານ ຕາມລະດູການທີ່ມາເກັບໜາກກາເຟ1 ສ່ວນໃຫຍຈະແມນຄົນພື້ນທີ່ ແລະ ໃນອອມຂາງເມືອງ.
ທັງສອງຂະແໜງ ກໍ່ຄື ໃນຂະແໜງການຜະລິດຊາ ແລະ ກາເຟ ເຫັນວາແຮງງານທັງຍິງ ແລະ ຊາຍ ໄດມີສວນຮວມໃນການ ເກັບກຽວຜົນຜະລິດເຊັ່ນ: ການປູກ, ການເກັບກຽວ, ການແປຮູບ ແລະ ການຂາຍ, ເຊິ່ງໃນນັ້ນ ຍິງຊາຍໄດເຮັດໃນໜາທີ່ ແລະ ບົດບາດອັນດຽວກັນຢູໃນຄອບຄົວ. ຄວາມສະເໜີພາບດານບົດບາດຍິງ-ຊາຍສວນຫຼາຍແມນຜູຊາຍຈະໄດຮັບໂອກາດການເແຕງ ຕັ້ງການເຮັດໜາທີ່ໃນການໃຊແຮງງານຫລາຍກວາແມຍິງເຊັນ: ການຕັດແຕງຕົ້ນຊາ-ກາເຟ, ການເຮັດຮົ້ວ, ການເສຍຫຍາ, ການ ພູນດີນ ແລະ ການຍົກສິງຂອງທີ່ໜັກ, ເຊິ່ງໃນຂະນະດຽວກັນ ແມຍິງກໍ່ຖືກແຕງຕັ້ງໃຫຮັບຜິດຊອບ ການກະກຽມພື້ນທີ່ປູກຊາ ກາເຟ, ການເກັບໝາກກາເຟ, ການຄັດເລືອກຄຸນນະພາບຂອງໝາກກາເຟ.
ແຮງງານທີ່ເຮັດວຽກຢູໃນຂະແໜງຊາ-ກາເຟ ປົກະຕິແລວແມນບໍ່ໄດຮັບຜົນປະໂຫຍດດານການຈາງງານຄືກັບບໍລິສັດໃຫຍໆຍອນ ວາເຂົາເຈົ້າເຂົ້າເຖິງຂໍ້ມູນກຽວກັບການປົກປອງທາງສັງຄົມ ແລະ ສິດທິແຮງງານທີ່ບໍ່ພຽງພໍ 2. ສິ່ງນີ້ເຮັດໃຫແຮງງານໃນຂະແໜງການ ຜະລິດກາເຟ ແລະ ຊາ ໄດຮັບການປົກປອງໜອຍທີ່ສຸດ, ຍອນວາເຂົາເຈົ້າມີລາຍຮັບຕໍ່າ, ມີຄວາມສຽງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ. ການຂາດການເຂົ້າເຖິງປະກັນສັງຄົມ ແລະ ສິດທິຜົນປະໂຫຍດຕາງໆໃນນີ້ຖືວາເປັນຈິງສຳລັບແຮງງານທັງຍິງ ແລະ ຊາຍ, ແລະ ສິ່ງດັ່ງກາວນີ້ໃນໄລຍະຜານມາແມນບໍ່ໄດຮັບການຍອມຮັບວາເປັນອຸປະສັກທີ່ບັນດາແຮງງານເພດຍິງໄດປະສົບ ພົບພໍ້ເນື່ອງຈາກບັນຫາຄວາມບໍ່ສະເໝີພາບດານບົດບາດຍິງ-ຊາຍໃນຂະແໜງ ກາເຟ ແລະ ຊາ. ສະນັ້ນ, ບັນຫາດານຄວາມບໍ່ ເທົ່າທຽມດານບົດບາດຍິງ-ຊາຍຄວນໄດຮັບການແກໄຂຢາງຈິງຈັງເມື່ອມີການອອກແບບການແກໄຂທີ່ເນັ້ນໃສການຮັບປະກັນດານ ສິດທິແຮງງານໃນການມີວຽກເຮັດງານທຳທີ່ດີ, ລວມເຖິງ ການເຂົ້າເປັນສະມາຊິກປະກັນສັງຄົມ, ເພື່ອຮັບປະກັນວາແຮງງານທີ່ເປັນ ແມຍິງຈະບໍ່ໄດຖືກປະຖິ້ມໄວທາງຫຼັງ.
ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນນະໂຍບາຍ ແລະ ການແກໄຂ ທີ່ມີຈຸດປະສົງເພື່ອປັບປຸງການເຂົ້າເຖິງວຽກງານປົກປອງ ສັງຄົມ ແລະ ສິດທິແຮງງານໃນຂະແໜງກາເຟ ແລະ ຊາ ແມນໜຶ່ງໃນບັນດາກິດຈະກຳທີ່ນອນຢູໃນບຸລິມະສິດຂອງການຈັດຕັ້ງ ປະຕິບັດກິດຈະກຳພາຍໃຕໂຄງການ “ສາງຄວາມກາວໜາໃຫແກລະບົບປົກປອງສັງຄົມ ແລະ ສິດທິແຮງງານໃຫແກຊາວ ກະສິກອນໃນຂະແໜງກາເຟ ແລະ ຊາ, ທີ່ກຳລັງຈັດຕັ້ງປະຕິບັດຢູເຂດພູພຽງບໍລະເວນເຊິ່ງນອນຢູໃນ ເມືອງ ເລົ່າງາມ, ແຂວງ ສາລະ ວັນ, ເມືອງ ທາແຕງ, ແຂວງ ເຊກອງ ແລະ ເມືອງ ປາກຊອງ, ແຂວງ ຈໍາປາສັກ. ຈຸດປະສົງຂອງໂຄງການແມນການສົ່ງເສີມການ ປົກປອງສັງຄົມໃຫແກແຮງງານໂດຍສະເພາະແມຍິງທີ່ເປັນແຮງງານນອກລະບົບໃນຂະແໜງຊາ ແລະ ກາເຟ. ເພື່ອໃຫມີການປັບປຸງ ດານສຸຂະພາບ ແລະ ໄດຮັບຄວາມປອດໄພໃນບອນເຮັດວຽກ ພອມທັງມີການປະຕິບັດດານການເອົາໃຈໃສດານບົດບາດຍິງ-ຊາຍ ແລະ ສົ່ງເສີມການມີສວນຮວມຂອງສັງຄົມ ແລະ ຊຸມຊົນ ຕໍ່ວຽກງານການປົກປອງສັງຄົມ ແລະ ສິດທິແຮງງານ. ສະນັ້ນໂຄງການ ໄດເຮັດບົດສຶກສາຂະໜາດນອຍພວກເຮົານໍາໃຊວິທີການແບບມີສວນຮວມໂດຍການນຳໃຊຊຸດເຄື່ອງມືລະບົບການຮຽນຮູການປະຕິບັດບົດບາດຍິງ-ຊາຍ ຫຼ ື Gender Action Learning System (GALS). ເພື່ອສາງຄວາມເຂົ້າໃຈ, ຮັບຮູຊອງຫວາງ ແລະ ພອມທັງກະຕຸນການມີສວນຮວມຂອງແຮງງານເພດຍິງໃນວຽກງານສິດທິແຮງງານ ແລະ ການປົກປອງສັງຄົມ ການປະຕິບັດບົດບາດຍິງ-ຊາຍ ຫຼ ື Gender Action Learning System (GALS). ເພື່ອສາງຄວາມເຂົ້າໃຈ, ຮັບຮູ້ຊອງ ໄດເຮັດບົດສຶກສາຂະໜາດນອຍພວກເຮົານໍາໃຊວິທີການແບບມີສວນຮວມໂດຍການນຳໃຊຊຸດເຄື່ອງມືລະບົບການຮຽນຮູ (Oxfam, 2020)
II. ວິທີການ
ການສືກສານີ້ແມນໄດນຳໃຊວິທີການແບບປະສົມປະສານ, ເຊິ່ງໃຊຂໍ້ມູນທາງດານຄຸນນະພາບ ແລະ ປະລິມານ ເພື່ອສາງຄວາມ ເຂົ້າໃຈກຽວກັບບົດບາດຍິງ-ຊາຍໃນການເຂົ້າເຖິງການປົກປອງສັງຄົມໃນຂະແໜງ ການຜະລິດກາເຟ ແລະ ຊາ. ໄດນໍາໃຊວິທີການ ສັງລວມ ແລະ ການວິເຄາະຂໍ້ມູນແບບມີສວນຮວມ ຕາມວິທີການເຄື່ອງມືລະບົບການຮຽນຮູການປະຕິບັດຕົວຈິງດານບົດບາດຍິງ ຊາຍ, ການເກັບກໍາຂໍ້ມູນຜານແບບສອບຖາມ. ເຄື່ອງມືການປະຕິບັດດານບົດບາດຍິງ-ຊາຍ, ເປັນເຄື່ອງມືສົ່ງເສີມການມີສວນຮວມ ທັງຍິງຊາຍ ແລະ ພາກສວນທີ່ກຽວຂອງ, ເປັນເຄື່ອງມືທີ່ເໜັ້ນໃສການວິເຄາະ,ການສົນທະນາ-ແລກປຽນປະສົບການຕົວຈິງຂອງຜູ ເຂົ້າຮ່ວມ, ໂດຍຜ່ານຮູບແຕມທີສະທອນໃຫເຫັນບັນຫາ ແລະ ຄວາມຕອງການ (ຫລາຍກວາການຂຽນ). ການນຳໃຊເຄື່ອງມືລວມ ເອົາການກຳນົດສາຍພົວພັນອຳນາດທາງສັງຄົມ, ເຄື່ອງມືຕົ້ນໄມຍຸດທະສາດ, ເຄື່ອງມືຕົ້ນໄມດຸນດຽງ, ເຄື່ອງມືເປົ້າໝາຍຊີວິດ ແລະ ເຄື່ອງມືເສັ້ນທາງໄປສູເປົ້າໝາຍ. ເຄື່ອງມືດັ່ງກາວນີ້ແມນເຮັດໃຫຜູເຂົ້າຮ່ວມສາມາດວິເຄາະບັນຫາທີ່ເຂົາເຈົ້າໄດພົບພໍ້ ແລະ ມີຄຳ ແນະນຳໃນການແກໄຂບັນຫາທີ່ກຽວຂອງກັບບົດບາດຍິງ-ຊາຍໃນການສົ່ງເສີມການປົກປ້ອງສັງຄົມ ແລະ ສິດທິແຮງງານ. ໃນການສຶກສານີ້, ໄດມີຜູເຂົ້າຮ່ວມທີ່ເປັນຊາວກະສິກອນໃນຂະແໜງການຜະລິດກາເຟ ແລະ ຊາ ຈຳນວນທັງໝົດ 154 ຄົນ ເຊັ່ນແບງອອກ ເປັນຍິງ 77 ຄົນ ແລະ ຊາຍ 77 ຄົນ ໃນການສົນທະນາກຸມ ໃນລະຫວາງການຈັດຝຶກອົບຮົມການນຳໃຊເຄື່ອງມືລະບົບການຮຽນຮູ ການປະຕິບັດບົດບາດຍິງ-ຊາຍ. ບັນດາຊາວກະສິກອນທີ່ເຂົ້າຮ່ວມໃນການສຶກສານີ້ແມນມາຈາກກຸມຜະລິດກາເຟ ແລະ ຊາ ທີ່ໄດ້ຮັບການຈັດຕັ້ງຢູໃນເຂດພູພຽງບໍລະເວນ ເຊິ່ງລວມມີ ກຸມຜະລິດກາເຟ ສັນຕິພາບ, ຕັ້ງຢູເມືອງ ເລົ່າງາມ, ແຂວງ ສາລະວັນ, ກຸມ ຜະລິດກາເຟບານຫຼັກຂາວ ແລະ ບານ ກົງຕາຢູນ ຕັ້ງຢູເມືອງ ທາແຕງ ແຂວງ ເຊກອງ, ແລະ ກຸມຜະລິດຊາ ບານຫຼັກ 33 ແລະ ບານ ຫຼັກ 35 ເມືອງ ປາກຊອງ ແຂວງ ຈຳປາສັກ. ຂໍ້ມູນດານຄຸນນະພາບແມນໄດການສົນທະນາໃນລະຫວາງການຝຶກອົບຮົມດັ່ງ ກາວນີ້.
ຂໍ້ມູນຈຳນວນໜຶ່ງແມນມາຈາກຊຸດແບບສອບຖາມ3, ເຊິ່ງໄດແຈກຢາຍໃຫແກຊາວກະສິກອນຢູໃນສວນກາເຟ ແລະ ຊາ ຈຳນວນ 100 ຄົນ, ໃນນັ້ນແບ່ງອອກເປັນ ຜູຊາຍ ຈຳນວນ 50 ຄົນ ແລະ ແມ່ຍິງ ຈຳນວນ 50 ຄົນ ທີ່ຢູໃນສາມເມືອງ ຄື ເມືອງ ປາກຊອງ, ເມືອງ ທາແຕງ ແລະ ເມືອງ ເລົ່າງາມ. ຊຸດຄຳຖາມແມນໄດຮັບການອອກແບບເພື່ອເກັບກຳຂໍ້ມູນດານປະລິມານ ທີ່ບົ່ງຊີ້ ການປະກອບສ່ວນເຂົ້າເຮັດວຽກທີ່ເປັນວຽກການສາງລາຍຮັບ ແລະ ວຽກດູແລ ຂອງແມຍິງ ແລະ ຜູຊາຍໃນຂະແໜງການຜະລິດກາເຟ ແລະ ຊາ, ລວມເຖິງໂອກາດໃນການເຂົ້າເຖິງຂໍ້ມູນ ທີ່ກຽຂອງກັບປະກັນສັງຄົມ, ການສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ ແລະ ສຸຂະພາບ ແລະ ຄວາມປອດໄພໃນບອນເຮັດວຽກ.
ນອກຈາກນັ້ນ, ຍັງໄດສຶກສາຄົ້ນຄວາຂໍ້ມູນເພີ່ມເຕີມຕາມເອກະສານເຊັ່ນ: ບົດລາຍງານການເກັບກຳຂໍ້ມູນເບື້ອງຕົ້ນ, ການຄົ້ນຄວາ ບັນດາເອກະສານທີ່ກຽວຂອງກັບການເຊື່ອມສານບົດບາດຍິງ-ຊາຍ ແລະ ການສົ່ງເສີມສິດທິແຮງງານ.
III. ສິ່ງທີ່ຄົ້ນພົບ
ຜ່ານການວິເຄາະຂໍ້ມູນໂດຍການນຳໃຊ້ວີທີປະຕິບັດຕົວຈິງດານບົດບາດຍິງ-ຊາຍ ຫລື GALS, ການຄົ້ນຄວາຂໍ້ມູນ, ແລະ ກອງ ປະຊຸມການສົນທະນາຕາງໆ ສາມາດສະຫຼຸບປະເດັນດານບົດບາດຍິງ-ຊາຍ ໃນວຽກງານສິດທິແຮງງານ ແລະ ການປົກປ້ອງສັງຄົມໃນເຂດພູພຽງບໍລະເວນທີ່ພົ້ນເດັ່ນໄດດັ່ງນີ້:
a) ການມີສວນຮວມຂອງແມຍິງໃນວຽງງານສົ່ງເສີມການປົກປອງສັງຄົມ ແລະ ສິດທິແຮງງານ ໃນຂະ ແໜງຊາ ແລະ ການເຟ.
ໃນການຈັດຕັ້ງປະຕິບັດກິດຈະກຳທາງສັງຄົມ, ກອງປະຊຸມໃນຊຸມຊົນ, ການເຂົ້າເຖິງຂໍ້ມູນຂາວສານ ດ້ານສິດທິແຮງງານ ແລະ ການປົກປ້ອງສັງຄົມໃນຂະແໜງການຊາ ແລະ ການເຟ ໄລຍະຜ່ານມາສ່ວນໃຫຍ່ຍັງເຫັນວ່າ ຈຳນວນຜູເຂົ້າຮວມທີ່ເປັນຜູຊາຍຍັງ ກວມເອົາເປີເຊັນສວນໃຫຍ, ຈຳນວນຜູ້ຍິງເຂົ້າຮ່ວມກວມເອົາເປີເຊັນສວນນອຍ. ໃນບາງກິດຈະກຳທີ່ກຽວພັນກັບວຽກງານການ ພັດທະນາທີ່ມີສະເພາະດ້ານແມນເຫັນວ່າ ມີແຕຜູຊາຍທັງໝົດ. ສິ່ງນີ້ສະແດງໃຫເຫັນວາຍັງມີການຂາດການປູກຈິດສຳນຶກກຽວກັບ ຄວາມສຳຄັນດານບັນຫາບົດບາດຍິງ-ຊາຍວາເປັນປັດໃຈທີ່ສົ່ງຜົນກະທົບຕໍ່ກັບການຂາດຄວາມເຂົ້າໃຈໃນວຽກງງານປົກປ້ອງສັງຄົມ ແລະ ສິດທິແຮງງານໂດຍລວມໃນບັນດາແຮງງານທີ່ເປັນແມຍິງຍັງຕໍ່າ, ແມຍິງໃນຂະແໜງການຜະລິດກາເຟ ແລະ ຊາ ສວນໃຫຍຍັງ ຂາດຈິດສຳນຶກກຽວກັບການປົກປອງສັງຄົມ ແລະ ສິດທິແຮງງານ, ລວມເຖິງສຸຂະພາບ ແລະ ຄວາມປອດໄພໃນບອນເຮັດວຽກ. ໃນ ບັນດາແມຍິງທີ່ໄດຕື່ມແບບສອບຖາມແມນບໍ່ໄດບົ່ງບອກຈຳນວນຜູທີ່ມີຄວາມຮູ້ ແລະ ຈິດສຳນຶກດານການປົກປ້ອງສັງຄົມທີ່ສູງ. ລະດັບການມີຈິດສຳນຶກກຽວກັບການປົກປ້ອງສັງຄົມທີ່ຢູໃນລະດັບຕໍ່າຂອງບັນດາແຮງງານທີ່ເປັນຜູຍິງສົ່ງຜົນກະທົບຕໍ່ກັບຄວາມສາມາດຂອງຊຸມຊົນໃນການປົກປ້ອງ ພວກເຂົາເຈົ້າຈາກອຸປະຕິເຫດໃນບອນເຮັດວຽກ. ນອກຈາກນີ້ແລວຍັງເຫັນວ່າ ບັນດາແຮງງານ ທີ່ເປັນແມຍິງຍັງຂາດຄວາມສາມາດໃນການເຈລະຈາຕໍ່ລອງກັບນາຍຈາງໃນການປົກປອງສິດ ແລະ ຜົນປະໂຫຍດຂອງຕົນ. ສິ່ງດັ່ງ ກາວນີ້ຊີ້ໃຫເຫັນວາເຈົ້າມີການເຂົ້າເຖິງການປົກປ້ອງສັງຄົມທີ່ບໍ່ປົກກະຕິ, ເຖິງແມ່ນວ່າ ເຂົາເຈົ້າເຂົ້າເຖິງການບໍລິການ, ແຕຢາງໃດກໍ່ ຕາມຮູບແບບຂອງການໄດຮັບຜົນປະໂຫຍດທີ່ເຂົາເຈົ້າໄດຮັບແມ່ນບໍ່ເປັນທາງການ. ນອກຈາກນີ້ ຍັງເຫັນວ່າບັນຫາບົດບາດຍິງ-ຊາຍແມ່ນບໍ່ໄດຮັບການເອົາໃຈໃສຢາງທີ່ຄວນໂດຍສະເພາະໃນລະດັບຊຸມຊົນ. ສິ່ງນີ້ສະແດງອອກໃນລະຫວາງການຝຶກອົບຮົມ ຫຼື ການປະຊຸມຕາງໆ, ແລະ ເມື່ອມີການຈາງງານ, ເຊິ່ງເຫັນວາການເຊີນ ເຂົ້າຮ່ວມ ຫຼື ການແຕງຕັ້ງໜ້າວຽກແມ່ນ ອີງໃສຖານະ ຫົວໜາຄອບຄົວ (ເຊິ່ງໄດລະບຸໃນປຶ້ມສຳມະໂນຄົວ), ທີ່ໂດຍລວມແລ້ວ ແມ່ນຜູ້ຊາຍ, ຕ້ອງເຂົ້າຮ່ວມ.
ບັນຫາດານບົດບາດຍິງ-ຊາຍດັ່ງກາວນີ້ແມນມາຈາກຫຼາຍປັດໃຈລວມເຖິງຮີດຄອງປະເພນີ ແລະ ທຳນຽມປະຕິບັດທີ່ມີມາ ຍາວນານ, ເຊິ່ງອາດຈະບໍ່ແມນແຕສະເພາະຢູໃນເຂດພູພຽງບໍລະເວນເທົ່ານັ້ນ, ແຕຍັງກວມເອົາຂົງເຂດອື່ນໆໃນທົ່ວປະເທດນຳ ອີກ, ໂດຍສະເພາະບອນທີ່ມີການປົກຄອງໃນລັກສະນະບິດາທິລາດ. ຜູຍິງແມນຖືກຄວບຄຸມ ແລະ ຈຳກັດຈາກການເຂົ້າຮວມ ວຽກພັດທະນາ ແລະ ກິດຈະກຳຕາງໆ ໂດຍຜູຊາຍ, ທີ່ເປັນຜົວ ຫຼ ື ຍາດພີ່ນອງອາວຸໂສ, ຜູທີ່ເປັນຫົວໜາຄອບຄົວ. ເຂົາເຈົ້າ ມັກຈະມີມຸມມອງດານລົບ, ບໍ່ມີຄວາມໄວວາງໃຈຕໍ່ກັບວຽກງານພັດທະນາທີ່ເນັ້ນໃສການມີສວນຮ່ວມຂອງແມ່ຍິງ ແລະ ກັງວົນ ວາຄວາມເຊື່ອຖື ແລະ ປະເພນີຂອງເຂົ້າເຈົ້າອາດຈະຫາຍ ຫຼື ມີການປຽນແປງໄປ. ຍົກຕົວຢ່າງ ເຊັ່ນ: ການອອກໄປນອກຊຸມຊົນ ຂອງແມ່ຍິງເພື່ອເຂົ້າຮວມການຝຶກອົບຮົມ, ປະຊຸມ ແລະ ງານລຽງຕາງໆໂດຍບໍ່ໄດຮັບການອະນຸຍາດຈາກຫົວໜາຄອບຄົວ, ເຂົາເຈົ້າຈະຖືກຫາວາປະພຶດຜິດຮີດຄອງ ຖາມີເຫດການທີ່ບໍ່ຄາດຄິດເກີດຂຶ້ນ ເຊັ່ນ: ອຸບັດເຫດ ຫຼື ເຫດການສຸກເສີນກັບ ບຸກຄົນ ຫຼື ສະມາຊິກໃນຄອບຄົວຂອງຜູຍິງນັ້ນ. ສິ່ງດັ່ງກາວນີ້ສົ່ງຜົນກະທົບຕໍ່ການມີສວນຮ່ວມຂອງແມຍິງໃນວຽກພັດທະນາ ຫຼື ເຂົ້າຮ່ວມກິດຈະກຳທີ່ຈັດຕັ້ງປະຕິບັດຢູເຂດອື່ນທີ່ບໍ່ແມນພື້ນທີ່ຂອງຕົນ ແລະ ເປັນອີກສາເຫດໜຶ່ງທີ່ພາໃຫແມ່ຍິງບໍ່ໄດ ເຂົ້າເຖິງຂໍ້ມູນຂາວສານ, ລວມທັງຂໍ້ມູນດ້ານຄວາມປອດໄພການອອກແຮງງານ, ການປົກປ້ອງສັງຄົມ, ສິດທິແຮງງານ, ການ ພັດທະນາວິຊາຊີບ, ແລະ ຂາດໂອກາດເຂົ້າຮ່ວມກິດຈະກຳຂອງຊຸມຊົນຢາງປົກກະຕິ.
ແມ່ຍິງສ່ວນໃຫຍ່ໃນຂະແໜງການຜະລິດ ຊາ ແລະ ກາເຟ ແມນບໍ່ກາສະແດງອອກ, ເຊິ່ງມີປັດໃຈກະທົບມາຈາກການບໍ່ມີ ຄວາມໝັ້ນໃຈໃນຕົນເອງ, ການຕັດສິນໃຈທີ່ຍັງບໍ່ສູງ, ການບໍ່ໄດຮັບການຍອມຮັບ, ການຂາດການຊຸກຍູ, ສະໜັບສະໜູນ ແລະ ໃຫກຳລັງໃຈ, ຄວາມກະຕືລືລົ້ນ, ການຂາດໂອກາດໃນການຮຽນຮູເຊັ່ນ ຈາກການຝຶກອົບຮົມ, ການປະຊຸມ, ການທັດສະນະສຶກສາຫລື ການແລກປຽນຢູພາຍນອກ. ແມຍິງຈຳນວນໜຶ່ງແມ່ນມີຂໍ້ຈຳກັດດານລະດັບການສຶກສາ, ເຮັດໃຫເຂົາເຈົ້າບໍ່ຮູໜັງສື, ເຊິ່ງ ເປັນອີກປັດໄຈໜຶ່ງທີ່ສົ່ງຜົນໃຫເສຍໂອກາດໃນການພັດທະນາ.
b) ການຈຳແນກຕໍ່ແມຍິງ
ການຈຳແນກຕໍ່ແມຍິງເກີດຂຶ້ນໄດຫຼາຍຮູບແບບໂດຍສະເພາະຢູໃນຂະແໜງກະສິກຳ ຊາ ແລະ ກາເຟ. ການຈຳແນກລວມເຖິງ ການປະຕິເສດການຈາງງານແມຍິງໃນຊວງຖືພາ, ເກີດລູກໃໝ. ທັງນີ້ກໍ່ຍອນວາແມຍິງໃນຊວງດັ່ງກາວຕອງການເວລາເພື່ອຟື້ນຟູ ສຸຂະພາບຕົນເອງ ແລະ ດູແລເດັກອອນເປັນສວນໃຫຍ. ແຕ່ວ່າໃນຂະແໜງການຜະລິດກາເຟ ແລະ ຊາ ຊວງເວລາທີ່ສຳຄັນດັ່ງກ່າວ ທີ່ຕອງໄດປະວຽກໃນສ່ວນກາເຟ ແລະ ຊາ ແມນຖືວາເປັນການເຮັດວຽກທີ່ບໍ່ພຽງພໍ. ສິ່ງນີ້ສົ່ງຜົນໃຫ ແມຍິງຖືກປະຕິເສດໃນການຈ້າງງານ. ນາຍຈາງໃນສ່ວນກາເຟ ແລະ ຊາ ແມນຈະເລືອກແຮງງານຜູທີ່ເປັນຜູຊາຍທີ່ສາມາດເຮັດວຽກໂດຍບໍ່ຕອງພັກ. ໃນລະຫວາງ ການສົນທະນາຊວງການນຳໃຊເຄື່ອງມືຕົ້ນໄມດຸນດຽງໃນການຝຶກອົບຮົມການຮຽນຮູບົດບາດຍິງ-ຊາຍຜານການປະຕິບັດຕົວຈິງ ໜຶ່ງໃນຈຳນວນຜູເຂົ້າຮ່ວມເພດຍິງໃຫຮູ້ວ່າ ເຖິງແມນວາແຮງງານທັງຍິງ ແລະ ຊາຍ ຈະໄດຮັບຄ່າຕອບແທນແຮງງານໃນອັດຕາທີ່ ເທົ່າກັນ ເຊັ່ນ ການຍົກເປົາໝາກກາເຟຈາກສວນພາຍຫຼັງຈາກກເກັບກຽວ, ຫຼື ການເສຍຫຍາບົວລະບັດສວນກາເຟ ໂດຍການນຳ ໃຊເຄື່ອງຈັກກົນ – ນາຍຈ້າງມັກຈະຈາງຜູຊາຍຫຼາຍກວາຜູຍິ່ງຍອນຄວາມແຂງແຮງດານຮາງກາຍ ແລະ ມີຄວາມຊຳນານດານ ການໃຊເຄື່ອງຈັກກົນຫຼາຍກວາແມຍິງ.
ໂອກາດໃນການເຂ ້າເຖິງປະກັນສັງຄົມຂອງແມຍິງແມນມີໜອຍຖາສົມທຽບກັບຜູຊາຍ. ສິ່ງນີ້ເຮັດໃຫມີທັດສະນະຄະຕິມູມມອງ ຈາກຄົນໃນສັງຄົມ ແລະ ສຳມະຊິກໃນຄອບຄົວ ເຫັນວ່າຜູຊາຍເປັນຫົວໜາ, ເປັນຫົວໜາຄອບຄົວ, ທັງເປັນຜູຫາລ້ຽງຄອບຄົວ. ດັ່ງນັ້ນ, ຜູ້ຊາຍຄວນເປັນຜູມິສິດອຳນາດໃນການຕັດສີນໃຈໃນຄອບຄົວຫຼາຍກວາ ໂດຍສະເພາະແມນການຕັດສິນໃຈດ້ານການເງິນ ແລ ຕັດສິນວາໃຜຄວນຈະເປັນຜູເຂົ້າຮ່ວມກິດຈະກຳຕາງໆ. ຜູຊາຍຈຳນວນຫຼາຍຍັງມີທັດສະນະຄະຕິດັ້ງເດີມວ່າ ວຽກເຮືອນ ແລະ ວຽກດູແລ່ຄອບຄົວແມນໜາທີ່ຂອງແມ່ຍິງ, ໃນຂະນະທີ່ເຮັດວຽກເພື່ອຫາລາຍຮັບຊວຍຫົວໜ້າຄອບຄົວນຳ, ເຊິ່ງໃນຄວາມເປັນຈິງ ສິ່ງດັ່ງກາວ ນີ້ໄດສົ່ງຜົນໃຫແມຍິງຕອງເຮັດຫຼາຍໜ້າວຽກ ແລະ ມີເວລາພັກຜ່ອນທີ່ໜ້ອຍລົງ. ການເຮັດວຽກຫຼາຍໜາຍັງເຮັດໃຫແມ່ ຍິງເສຍໂອກາດໃນການຮຽນຮູ, ການພັດທະນາຕົນເອງ, ແລະ ການສ້າງຄວາມກາວໜ້ານໍາອີກ.
ເຖິງແມ່ນວ່າແ່ມຍິງຈະໄດຮັບການສົ່ງເສີມໃຫມີບົດບາດໃນການເປັນຜູນຳ ຫຼື ຮັບຜິດຊອບໃນຕໍາແໜງທີ່ສູງ, ເຊັ່ນ: ຜູ້ນຳກຸ່ມ ຫຼື ສະຫະກອນ, ສ່ວນໃຫຍ່ແມນບໍ່ໄດຮັບຄວາມຮວມມືທີ່ດີຈາກຄອບຄົວ. ສິ່ງນີ້ເຮັດໃຫແມ່ຍິງມີຄວາມລໍາບາກໃຈເພາະບໍ່ແມ່ນແຕ່ຕ້ອງ ໄດເຮັດວຽກບໍລິຫານເທົ່ານັ້ນ, ຍັງຕອງໄດມີຄວາມຮັບຜິດຊອບຕໍ່ກັບວຽກເບິ່ງແຍ່ງດູແລຄອບຄົວ ແລະ ເຮັດວຽກຊຸມຊົນນຳອີກ.
c) ສະຖານະການດານເສດຖະກິດ ແລະ ການຈາງງານທີ່ບໍ່ເອື້ອອຳນວຍໃຫແກແມຍິງ
ຄາແຮງຕໍ່າ ແລະ ແຮງງານທີ່ບໍ່ໄດຮັບຄາຈາງ
ປັດໄຈທາງດານເສດຖະກິດປັດຈຸບັນຢູໃນ ສປປ ລາວ ທີ່ເປັນຜົນເນື່ອງມາຈາກ ສະພາວະເງິນທີ່ບໍ່ຄົງທີ່ ສົ່ງຜົນໃຫຄາຄອງຊີບທີ່ ເພີ່ມຂຶ້ນສູງ ໃນຂະນະທີ່ຄາແຮງງານທີ່ຕໍ່າໄດສົ່ງຜົນກະທົບວົງກວາງຕໍ່ກັບວຽກງານບົດບາດຍິງ-ຊາຍໃນຂະແໜງກະສິກຳ. ຢູໃນ ຂະແໜງການຜະລິດ ກາເຟ ແລະ ຊາ ຜົນກະທົບທີ່ກຽວພັນກັບເສດຖະກິດເຮັດໃຫເກີດມີຄາແຮງງານຕໍ່າ, ຂາດສັນຍາແຮງງານທີ ຖືກຕອງ, ແລະ ຈ້າງງານຕາມລະດູການ. ສະເລຍການຈາງແຮງງານໃນການຜະລິດກາເຟໃນເຂດພູພຽງບໍລະເວນ ແມນຢູລະຫວາງ 50,000 ຫາ 150,000 ກີບຕໍ່ວັນ ອີງຕາມໜາວຽກ ແລະ ຂະແໜງການຜະລິດຊາ ຢູລະຫວາງ 50,000 ກີບ ຫາ 70,000 ກີບ ຕໍ່ ວັນ ຂຶ້ນກັບຄວາມສາມາດ ແລະ ກໍາລັງການຜະລິດ (ILO, 2022).
ຢູໃນເຂດພູພຽງບໍລິເວນ, ແມ່ຍິງສ່ວນຫລາຍແມ່ນເຮັດວຽກເຊັ່ນ: ເສຍຫຍ້າ, ໃສຝຸນ ແລະ ບົວລະບັດຕົ້ນກາເຟ ເຊິ່ງຖືວາເປັນ III. ສິ່ງທີ່ຄົ້ນພົບ ໜາວຽກທີ່ເບົາ ແລະ ໄດຮັບຄາຈາງຕໍ່າກວາ (ILO, 2022). ໃນທາງກົງກັນຂາມ ຜູຊາຍຈະໄດຮັບການມອບໝາຍໃຫເຮັດ ວຽກໜັກເຊັ່ນ: ໃຊເຄື່ອງຈັກ, ຍົກ ຫຼື ຍາຍວັດຖຸຫນັກ ເຊິ່ງເຮັດໃຫໄດຮັບຄາຈາງສູງ. ບົດບາດທີ່ແຕກຕາງກັນເຫຼ ົ່ານີ້ໄດປູກຈິດ ສໍານືກທີ່ວາຜູຊາຍ ຫຼ ື ຜົວແມນສ້າງລາຍຮັບຕົ້ນຕໍໃນຄອບຄົວ.
ໃນບາງກໍລະນີ, ແຮງງານທີ່ເປັນເພດຍິງຍັງໄດຮັບມອບໝາຍໃຫເຮັດວຽກໜັກ ເຊັ່ນ ຍົກວັດຖຸໜັກ ແລະ ແບກຫາມເປົາໝາກ ກາເຟເຊັ່ນດຽວກັນກັບທີ່ແຮງງານຜູຊາຍແບກ, ແຕວາເຂົາເຈົ້າກໍ່ຍັງໄດຮັບຄາຈາງທີ່ຕໍ່າກວາຜູຊາຍ. ສິ່ງນີ້ກໍເປັນປັດໃຈໜື່ງທີ່ ເຮັດໃຫແນວຄວາມຄິດທີ່ວາ ແຮງງານຜູຊາຍເປັນຜູຫາລຽງຄອບຄົວເນື່ອງຈາກເຂົາເຈົ້າຫາເງິນໄດຫຼາຍກວາ.
ການວິເຄາະຂໍ້ມູນຜານແບບສອບຖາມ ກຸມຜະລິດຊາ-ກາເຟ ໄດອ້າງອິງໃຫເຫັນວາ ຜູຕອບແບບສອບຖາມທັງຍິງ ແລະ ຊາຍ ແມນບໍ່ໄດຮັບຄາຈາງຄືກັນໃນມື້ໜຶ່ງໆ. ເຖິງຢາງໃດກໍຕາມການສົນທະນາໃນລະຫວາງການຝຶກອົບຮົມ GALS ຊີ້ໃຫເຫັນ ວາແມຍິງແມນຮັບຜິດຊອບວຽກຄົວເຮືອນ, ເບີ່ງແຍງຄອບຄົວ ໃນຂະນະດຽວກັນ, ແມຍິງກໍ່ເຮັດໜາທີ່ເກັບກຽວຜົນຜະລິດເຊັ່ນ ກັນ. ແຮງງານຜູຍິງຫຼາຍຄົນທີ່ເຂົ້າຮວມໃນການສົນທະນາໃຫຮູວາເຂົາເຈົ້າເຮັດວຽກທີ່ບໍ່ໄດຮັບຄາຈາງຫຼາຍຊົ່ວໂມງໃນໜຶ່ງ ວັນ, ເຊິ່ງກວມເອົາ 78 ສວນຮອຍໃຫຮູວາເຂົາເຈົ້າເຮັດວຽກດູແລຢາງນອຍ 6 ຊົ່ວໂມງ ໃນໜຶ່ງມື້. ນອກຈາກນີ້, ຈຳນວນເຄີ່ງໜຶ່ງ ຂອງແຮງງານຍິງ (36 ສວນຮອຍ) ໃຫຮູວາ ເຂົາເຈົ້າເຮັດວຽກດູແລໃນມື້ໜຶ່ງຍາວນານຮອດ 8 ຊົ່ວໂມງ. ຍອນວາແມຍິງບໍ່ມີທາງ ເລືອກ, ພວກເຂົາຈຶ່ງຈຳເປັນໄດເຮັດວຽກດູແລຫຼາຍຂຶ້ນ, ຈຶ່ງເຮັດໃຫເຂົາເຈົ້າບໍ່ສາມາດເຮັດວຽກທີ່ໄດຮັບຄາຈາງໄດຢາງເຕັມສວນ ທຽບໃສຜູຊາຍ (Oxfam 2023).
ການຂາດແຮງງານໃນການເກັບກຽວຜົນຜະລິດໃນຂະແໜງກາເຟ,
ການຂາດແຄນແຮງງານໃນລະດູເກັບກ່ຽວກາເຟ ແລະ ຊາ ກໍ່ເປັນສາເຫດມາຈາກບັນຫາຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ. ການຈໍາ ແນກຂອງແມ່ຍິງກ່ຽວກັບຄ່າຈ້າງຕໍ່າໃນການເກັບກ່ຽວກາເຟ-ຊາ, ຄຽງຄູ່ກັບອັດຕາເງິນເຟີ້ ແລະ ຄ່າໃຊ້ຈ່າຍໃນການດໍາລົງຊິວິດສູງ, ການ ຈໍາແນກທາງເພດ, ເງື່ອນໄຂການເຮັດວຽກທີ່ຍາກລໍາບາກຢູ່ຂະແໜງກະສິກໍາ, ການມີວຽກເຮັດງານທໍາທີ່ດີກວ່າຢູ່ນອກປະເທດ, ສິ່ງເຫຼົ່ານີ້ ເປັນເຫດຜົນຫຼັກທີ່ແຮງງານໄວໜຸ່ມທີ່ເຄີຍເຮັດວຽກໃນຂະແໜງກາເຟ ແລະ ຊາ ສ່ວນໃຫຍ່ຕັດສິນໃຈເດີນທາງເຄື່ອນຍ້າຍເພື່ອໄປອອກ ແຮງງານຢູ່ຕ່າງປະເທດເນຶ່ອງຈາກຄ່າຕອບແທນທີ່ສູງກວ່າເຊັ່ນ: ປະເທດໄທ. ສິ່ງນີ້ສົ່ງຜົນໃຫ້ໃນແຕ່ລະປີຈຶ່ງມີຄົນງານບໍ່ພຽງພໍໄປເຮັດວຽກ ໃນສວນກາເຟ. ເພື່ອຊົດເຊີຍການຂາດເຂີນແຮງງານໃນທ້ອງຖິ່ນດັ່ງກ່າວ. ປົກກະຕິແລ້ວເຈົ້າຂອງສວນກາເຟຈະຈ້າງຄົນງານຈາກເມືອງ ອ້ອມຂ້າງ ເປັນຄູ່ຜົວເມຍ.
ລາຍຮັບ(ທີ່ບໍ່ປົກະຕິ) ຄັ້ງດຽວ
ຊາວກະສິກອນໃນຂະແໜງກາເຟ ແລະ ຊາ ມີລາຍຮັບຫຼັກມາຈາກການຂາຍຜະລິດຕະພັນທີ່ມາຈາກການເກັບກ່ຽວຜົນຜະລິດ, ທີ່ຕິດພັນ ກັບບັນຫາ ການປ່ຽນແປງດີນຟ້າອາກາດ ທີ່ສົ່ງຜົນກະທົບຕໍ່ຜົນຜະລິດໃນແຕ່ລະປີ. ຊາວສວນກາເຟຈະມີລາຍຮັບໃນຊ່ວງດຽວກໍ່ຄືພາຍຫຼັງ ລະດູການເກັບກ່ຽວ, ລາຍຮັບທີ່ໄດ້ມາຈາກການຂາຍຜະລິດຕະພັນກາເຟ ແມ່ນຈະໄດ້ຖືກແບ່ງເພື່ອໃຊ້ຈ່າຍໃນຄອບຄົວ, ຊຳລະໜີ້ສິນ, ການປິ່ນປົວສຸຂະພາບ, ການລົງທຶນໃສ່ການຜະລິດໃນລະດູການຕໍ່ໄປ, ຊຳລະຄ່າສະມາຊິກ ແລະ ພັນທະຕ່າງໆ. ການຂາດການບໍລິຫານ ການໃຊ້ຈ່າຍໂດຍອີງໃສ່ໄລຍະເວລາ ແລະ ຈຳນວນໃນການໃຊ້ຈ່າຍ ພ້ອມທັງພັນທະ ແລະ ບຸລິມາະສິດຫຼາຍໆອັນທີ່ເກີດຂຶ້ນໃນເວລາ ດຽວກັນ ເຮັດໃຫ້ຊາວສວນກາເຟ(ທັງຍິງ ແລະ ຊາຍ) ບໍ່ສາມາດສຳຮອງເງິນສົມທົບເຂົ້າໃນກອງທຶນປະກັນສັງຄົມໄດ້ຢ່າງປົກກະຕິ. ສິ່ງນີ້ ຍັງບໍ່ທັນກ້າວໄປຮອດການຕັດສິນໃຈໃຫ້ແມ່ຍິງລົງທະບຽນເປັນສະມາຊິກປະກັນສັງຄົມ.
IV. ຄໍາແນະນໍາ
1. ມີການກຳນົດຜູເຂົ້າຮວມຢູໃນກອງປະຊຸມ, ຝືກອົບຮົມ(ຕົວຢາງ: ກອງປະຊຸມເຊີນຊາວບານເຂົ້າຮວມ 5 ທານ ໃນນັ້ນຕອງໃຫໂອການແມ່ຍິງ 3 ທ່ານ, ສາມາດອອກແບບໃນຂັ້ນຕອນການກະກຽມເຊີນຜູເຂົ້າຮວມກິດຈະກໍາ, ອົງການ ຈັດຕັ້ງສັງຄົມ,ໂຄງການ, ອໍານາດການປົກຄອງບານ,ເມຶອງ ແລະ ແຂວງ ຄວນແນະນໍາ, ແຈງ, ຫຼ ືມອບໝາຍໃຫແມຍິງເຂົ້າຮວມ ກິດຈະກໍາດັ່ງກາວ. ຖາຫາກມີການກຳນົດຜູເຂົ້າຮ່ວມຈະຊວຍໃນການສາງຄວາມເຂັ້ມແຂງໃຫແມ່ຍິງໄດມີໂອກາດໃນການ ພັດທະນາຕົນເອງ.
2. ຈັດກອງປະຊຸມຮວມກັບອຳນາດການປົກຄອງບານເພື່ອສາງຄວາມເຂົ້າໃຈກຽວກັບບົດບາດຍິງ-ຊາຍ, ຖ້າຫາກອໍານາດການປົກບານບໍ່ເຂົ້າໃຈເລື່ອງບົດບາດຍິງ-ຊາຍ ກໍ່ຍາກທີ່ຈະເຮັດໃຫກິດຈະກຳນີ້ບັນລຸໄປຕາມຈຸດປະສົງແລະ ເປົ້າໝາຍຂອງໂຄງ, ລວມທັງການຊຸກຍູໃຫແມຍິງມີສວນຮວມໃນວຽກງານການພັດທະນາກໍ່ຈະໜອຍລົງ, ສະນັ້ນອຳນາດ ການປົກຄອງບານກໍ່ເປັນໜື່ງກະບອກສຽງທີ່ສໍາຄັນໃນການຂັບເຄືອນວຽກບົດບາດຍິງ-ຊາຍໃຫເກີດຄວາມຍືນຍົງໄດ.
3. ຝືກອົບຮົມບົດບາດແມຍິງໃຫຄູຜົວ-ເມຍ ແລະ ນໍາໃຊເຄື່ອງມື GALS, ເພາະເຄື່ອງມືນີ້ໄດຜານການນໍາໃຊ ຢູໃນຊຸມຊົນບານເປົ້າໝາຍຂອງສະມາຄົມ MHP ເຮັດແລວປະສົບຜົນສໍາເລັດ ແລະ ເຫັນໄດເຖິງການປຽນແປງຂອງຄອບຄົວ, ເຮັດໃຫ້ຄອບຄົວໄດມີໂອກາດເຮັດຮວມກັນ, ສົນທະນາແລກປຽນທີ່ຕົນເອງມັກ ແລະ ບໍ່ມັກ ລວມໄປເຖີງການວາງແຜນ ເປົ້າໝາຍຊິວິດຮ່ວມກັນ, ຜູຍິງມີຄວາມເຊື້ອໜັ້ນຕົນເອງໃນການເຈລະຈາຕໍ່ລອງເລື່ອງການແບງວຽກຢູໃນຄົວເຮືອນ ແລະ ຕໍ່ ລອງເຈລະຈາດ້ານການຄາຂາຍໄດ້ເຊັ່ນດຽວກັນ.
4. ສືກສາຄົ້ນຄວາລົງເລີກ ແລະ ຂະຫຍາຍພື້ນທີ່ ການສຳຫຼວດກຽວກັບວຽກເບີງແຍງຄອບຄົວຂອງແມຍິງໃນ ຂະແໜງ ອາຫານກະສິກຳ ລວມທັງ ຊາ ແລະ ກາເຟ ເພື່ອໃຫເຂົ້າໃຈແຈງ ແລະ ມີຂໍ້ມູນທີ່ພຽງພໍໃນການ ເຮັດວຽກສົ່ງເສີມການ ປົກປອງສັງຄົມ ແລະ ສິດທິແຮງງານທີ່ເອົາໃຈໃສດານບົດບາດຍິງ-ຊາຍ.
5. ຈັດກອງປະຊຸມຖອດຖອນບົດຮຽນກຽວກັບບົດບາດຍິງ-ຊາຍຢູພາຍໃນກຸມ, ຊຸມຊົນ ແລະ ໃນລະດັບພາກລັດຖະບານ. ຈັດງານເທກສະການກຽວກັບ GALS ໃຫກັບກຸມທີ່ໄດຮັບການຝຶກອົບຮົມ, ນໍາເອົາເຄື່ອງມື ແລະ ຜົນໄດຮັບທີ່ ພົ້ນເດັ່ນມານໍາສະເໜີ ເພື່ອຊວຍໃຫສະມາຊີກ ຮຽນຮູຈາກເຊິງກັນແລະກັນ. ຕົວຢາງ :ງານເທດສະການ ເຄື່ອງມື GALS ໄດ ຈັດຂຶ້ນຢູ ແຂວງຫົວພັນ ໂດຍສະມາຄົມຜະລິດຕະພັນໄມໄຜ ແລະ ເຄື່ອງປາຂອງດົງ ເຊິງເປັນໜຶ່ງໃນບັນດາຄູຮວມງານຂອງ ອົງການ Oxfam ເຊິງລວມເອົາສະມາຊິກກຸມຜະລິດທີ່ບໍ່ແມນກຸມຜະລິດໄມປອງ ທີ່ໄດຮັບການຝຶກອົບຮົມການນຳໃຊ GALS ແລະ ບັນລຸຜົນສຳເລັດ ຕາມເປົ້າຫມາຍທີ່ກໍານົດໄວໃນເວລາຝືກອົບຮົມ GALS.
6. ສາງຕົວແບບດານບົດບາດຍິງ-ຊາຍ, ເຊິ່ງຈະເຮັດໃຫວຽກດູແລ ຄອບຄົວເປັນວຽກທັງຍິງ ແລະ ຊາຍ ແລະ ສາງໃຫແມ່ຍິງເປັນຜູ້ນໍາຢູໃນຊຸມຊົນນັ້ນ.
7. ເປັນສິ່ງທີ່ສຳຄັນທີ່ຈະຕ້ອງ ປຸກລະດົມ ແລະ ຊີ້ແຈງໃຫຊຸມຊົນ ຫຼື ຄູຜົວເມຍ ໃຫເຫັນເຖິງຄວາມສໍາຄັນ ແລະ ຜົນປະໂຫຍດຂອງການ ລົງທະບຽນເຂົ້າເປັນສະມາຊິກປະກັນສັງຄົມ, ແລະ ຄວາມປອດໄພການອອກແຮງງານ ໂດຍສະເພາະແມ່ນແມ່ຍິງ ຜູທີ່ມີລະດັບຄວາມຮັບຮູກຽວກັບວຽກປົກປ້ອງສັງຄົມ ແລະ ສຸຂະພາບ ແລະ ຄວາມປອດໄພໃນບອນເຮັດວຽກ.
8. IV. ສືກສາອົບຮົມຜູຊາຍຕອງໃຫໂອກາດ, ໃຫກໍາລັງໃຈ ໃນການຜັກດັນໃຫແມ່ຍິງມາມີສວນຮ່ວມໃນແຕລະກິດຈະ ກໍາຢູພາຍໃນບານເຊັ່ນ: ມີການວາງແຜນວຽກຮ່ວມກັນໃຫຊັດເຈນ ຫຼື ຮັບຜິດຊອບວຽກແທນໃນຊວງມີແມຍິງເຂົ້າຮວມກິດຈະກຳໃນ ຊຸມຊົນ ແລະ ນອກສະຖານທີ່. ເຖິງແມ່ນວ່າເສັ້ນທາງໄປສູ່ເປົ້າໝາຍ ຈະເຮັດໃຫບັນລຸຜົນສໍາເລັດໄດຊາກໍ່ຕາມ, ແຕ່ວາມັນໃຫແນວຄວາມຄິດການເຊື່ອມໂຍງດານບົດບາດຍິງ-ຊາຍເຂົ້າໃນແຕລະຂະແໜງການ, ຕອງມີການຕິດຕາມຊຸກຍູ້ເພື່ອໃຫບັນລຸເປົ້າໝາຍ, ມີບາງປະເດັນອາດເຊືຶອມໂຍງເຂົ້າໃນຫຼັກສູດການສຶກສາ, ການຈາງງານ, ການບໍລິການສັງຄົມ ແລະອື່ນໆ, ໃນຂະນະດຽວກັນ ໃນລະດັບທອງຖິ່ນກໍ່ໃຫມີການບັນຈຸ ຄູຮ່ວມງານການພັດທະນາເຊັ່ນ NGOs ແລະ CSO ເພື່ອປະສານງານແລະສືບຕໍ່ເຮັດວຽກ ກຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ນໍາເອົາໄປພິຈາລະນາເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳໃຫປະສົບຜົນສໍາເລັດ.
9. ມີຄວາມຈຳເປັນທີ່ຈະຕອງໄດຊຸກຍູການປົກປ້ອງ ແລະ ການບັງຄັບວາດວຍກົດໝາຍ, ລວມເຖິງການປົກປອງ ຕໍ່ກັບການຈຳແນກໃນບອນເຮັດວຽກ, ໂດຍສະເພາະແມ່ນມາດຕະການໃນການປົກປ້ອງການປະຕິເສດການຈາງງານຕໍ່ກັບແມ່ຍິງ ທີ່ເກີດລູກໃໝ່. ການບັງຄັບໃຊກົດໝາຍແຮງງານໃຫເຂັ້ມງວດຂຶ້ນເປັນສິ່ງທີ່ສຳຄັນເພື່ອເຮັດໃຫຜູໃຊແຮງງານມີຄວາມຮັບຜິດຊອບຕໍ່ ກັບທຸກການປະຕິບັດດານການຈຳແນກ.
10. ຄາຕອບແທນການໃຊແຮງງານທີ່ເທົ່າທຽມກັນໃນໜ້າວຽກດຽວກັນ: ມີຄວາມຈຳເປັນທີ່ຈະຕອງໄດສົ່ງເສີມການ ຈາຍຄາຕອບແທນແຮງງານທີ່ເທົ່າທຽມຕໍ່ກັບວຽກເຮັດງານທຳທີ່ມີຄຸນຄ່າເທົ່າທຽມກັນ, ບໍ່ວາຈະເປັນເພດໃດກໍ່ຕາມ. ສິ່ງນີ້ລວມເອົາ ເຖິງຄວາມຈຳເປັນໃນການມີສວນຮ່ວມ ແລະ ຮ່ວມມືໃນການແກ້ໄຂບັນຫາແນວຄວາມຄິດຂອງສັງຄົມຕໍ່ກັບຄວາມອາດສາມາດ ດານຮ່າງກາຍຂອງແມ່ຍິງ ແລະ ສົ່ງເສີມໃຫມີການຈາຍຄາຊົດເຊີຍທີ່ຍຸດຕິທຳໂດຍອີງໃສໜ້າທີ່ຮັບຜິດຊອບຕໍ່ໜາວຽກ ແລະ ທັກສະ ຫຼາຍກວາການເນັ້ນໃສບົດບາດຍິງ-ຊາຍ.
11. ຕອງຮັບປະກັນວາແມ່ຍິງໃນຂະແໜງການຜະລິດກາເຟ ແລະ ຊາ ເຂົ້າເຖິງສິດທິ ແລະ ຜົນປະໂຫຍດຂອງການ ເຂົ້າເປັນສະມາຊິກປະກັນສັງຄົມ. ພັດທະນາກົນໄກເພື່ອອຳນວຍຄວາມສະດວກໃຫແກແມ່ຍິງໃນການບົງທະບຽນ ແລະ ຈາຍເງິນ ສົບທົບເຂົ້າປະກັນສັງຄົມໄດຢາງເປັນປົກະຕິ, ໂດຍຄຳນຶງເຖິງລາຍຮັບທີ່ບໍ່ປົກະຕິ ແລະ ຄວາມຮັບຜິດຊອບຕໍ່ຄອບຄົວ ຂອງເຂົາເຈົ້າ.
12. ສົ່ງເສີມໃຫມີການຈັດຕັ້ງກຸມແຮງງານເພດຍິງທີ່ສຸ່ມໃສ່ຄວາມຈຳເປັນ ແລະ ຄວາມສົນໃຈທີ່ສະເພາະຂອງ ແຮງງານທີ່ເປັນແມຍິງໃນຂະແໜງກາເຟ ແລະ ຊາ. ການສາງກຸ່ມດັ່ງກາວນີ້ຈະຊ່ວຍໃຫມີຊ່ອງທາງສຳລັບແມ່ຍິງໃນການເຕົ້າໂຮມ, ແບງປັນປະສົບການ ແລະ ແກ້ໄຂສິ່ງທາທ້າຍຕ່າງໆຮ່ວມກັນ.
ເອກະສານອາງອີງ
— ILO. (2023). Baseline Survey: Reducing Vulnerability, advancing social protection and labour rights and its entitlements in the coffee and tea sectors.
— Oxfam. (2020). Gender Visible: Learning about gender integration in the Right to Food Programme. https://oxfamilibrary.openrepository.com/handle/10546/621196
— Oxfam in Laos. (2023). Report on gender responsive social protection and occupational safety and health.