Oxfam in Laos Celebrates 40 Years Collaboration with Partners and Lao People to End Poverty

ໃນ​ວັນ​ທີ 4 ມີ​ນາ 2022, ອົງ​ການ ອ໋ອກ​ຟາມ ປະ​ຈຳ​ລາວ ແລະ ຄູ່​ຮ່ວມ​ງານ ໄດ້​ສະ​ເຫຼີມ​ສະຫຼອງ​ຄົບ​ຮອບ​ 40 ປີ ການ​ເຮັດ​ວຽກ​ຮ່ວມ​ກັບ​ລັດ​ຖະ​ບານ, ຄູ່​ຮ່ວມ​ພັດ​ທະ​ນາ ແລະ ປະ​ຊາ​ຊົນ​ລາວ ເພື່ອ​ຢຸດ​ຕິ​ຄວາມ​ທຸກ​ຍາກ. ງານ​ສະ​ເຫຼີມ​ສະຫຼອງ​ເຊິ່ງ​ຈັດ​ຂຶ້ນ​ຢູ່​ທີ່ ໂຮງ​ແຮມ​ແລນ​ມາກ ​ໄດ້​ເຕົ້າ​ໂຮມຜູ້​ຕາງ​ໜ້າ​ຈາກ ອົງ​ການ​ ​ສັງ​ຄົມ, ລັດ​ຖະ​ບານ ແລະ ກຸ່ມ​ຊາວ​ໜຸ່ມ​ເພື່ອ​ ແລກ​ປ່ຽນ​ແບ່ງ​ປັນບົດ​ຮຽນ ແລະ ປະ​ສົບ​ການ ກ່ຽວ​ກັບ ​ເສັ້ນ​ທາງ​ສູ່​ການ​ພັດ​ທະ​ນາ​ຂອງ​ພວກ​ເຂົາ​ເຈົ້າ. ໃຫ້​ກຽດ​ເປີດ​ພິ​ທີ​ຄັ້ງ​ນີ້​ມີ ທ່ານ ທັດ​ສະ​ພອນ ບຸດ​ສະ​ລິງ, ຫົວ​ໜ້າ​ອົງ​ການ​ອ໋ອກ​ຟາມ ປະ​ຈຳ​ລາວ ແລະ ທ່ານ​ນາງ ແຄ​ທີ ຣີ​ເຊີດ, ​ຫົວ​ໜ້າ​ອົງ​ການ ​ອ໋ອກ​ແຟມກຸ່ມ​ປະ​ເທດ ກຳ​ປູ​ເຈຍ, ສ​ປ​ປ ລາວ ແລະ ຫວຽດ​ນາມ. ແຂກ​ພິ​ເສດ​ທີ່​​ເຂົ້າ​ຮ່ວມ​ມີ: ດ​ຣ ສີ​ສະຫຼຽວ ສະ​ແຫວງ​ສຶກ​ສາ, ​ຫົວ​ໜ້າ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສັງ​ຄົມ​ຊາວ​ຊົນ​ນະ​ບົດ, ດ​ຣ ໃຈ ບຸນ​ພະ​ນູ​ໄຊ, ຫົວ​ໜ້າ​ ສະ​ຖາ​ບັນຄົ້ນ​ຄວ້າ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຫ່ງ​ຊາດ ແລະ ທ່ານ​ນາງ ມະ​ນີ​ວັນ ສຸ​ຍ​ຍາ​ວົງ, ​ຫົວ​ໜ້າ​ສະ​ມາ​ຄົມ​ພັດ​ທະ​ນາ​ບົດ​ບາດ​ຍິງ-ຊາຍ ເຊິ່ງ ໄດ້​ຮ່ວມ​ເຮັດ​ວຽກ​ກັບ​ ອົງ​ການ​ອ໋ອກ​ຟາມ ມາຫຼາຍກວ່າ 20 ປີ ເພື່ອ​ສົ່ງ​ເສີມ ຄວາມ​ເທົ່າ​ທຽມ​​ຂອງ​ທຸກ​ຄົນ.

​ການ​ປະ​ກວດ​ຂອງ​ອົງ​ການ​ອ໋ອກ​ຟາມ ໃນ​ຫົວ​ຂໍ້ 'ອະ​ນາ​ຄົດ​ທີ່​ເທົ່າ​ທຽມ​ກັນ' ເຊິ່ງຈັດ​ຂຶ້ນ​ແຕ່​ ເດືອນ​ມັງ​ກອນ ເຖິງ ກຸມ​ພາ 2022 ໄດ້​ເປີດ​ໃຫ້​ມວນ​ຊົນ ຖ່າຍ​ທອດຜ່ານ​ສິ​ລະ​​ ເຖິງວິ​ໄສ​ທັດຂອງອະ​ນາ​ຄົດ​ທີ່​ເທົ່າ​ທຽມ​ກັນ ພາຍ​ໃນ​ຊຸມ​ຊົນ ແລະ ປະ​ເທດ​ຊາດ​ຂອງ​ພວກ​ເຂົາ​ເຈົ້າ. ​ໃນ​ງານ​ດັ່ງ​ກ່າວ, ຜູ້​ຊະ​ນະ​ເລີດ 3 ​ອັນດັບ​ຕົ້ນ ໄດ້​ນຳ​ສະ​ເໜີ​ຜົນ​ງານ ແລະ ແຜນ​ຂອງ​ຕົນ​ເພື່ອ​ສະ​ໜັບ​ສະ​ໜູນ​ຊຸມ​ຊົນ​ລາວ ໃນ​ອະ​ນາ​ຄົດ. ຜູ້​ຊະ​ນະ​ເລີດ​ອັນ​ດັບ​ທີ 1 ໄດ້​ແກ່ ທ່ານ ດວງ​ດີ ຈັນ​ທະ​ສົມ​ບັດ; ຜູ້​ຊະ​ນະ​ເລີດ​ອັນ​ດັບ​ທີ 2 ໄດ້​ແກ່ ທ່ານ​ນາງ ສຸ​ດາ​ຈິນ ສຸ​ທິ​ດາ ແລະ ທ່ານ ວັນ​ສະ​ເຫຼີມ ຫຼວງ​ສົມ​ພອນ; ແລະ ຜູ້​ຊະ​ນະ​ເລີດ​ອັນ​ດັບ​ທີ 3 ໄດ້​ແກ່ ທ່ານ ໄຊ​ຍະ​ພອນ ມຸກ​ດາ.  

ອົງ​ການ ອ໋ອກ​ຟາມ ໄດ້​ມາ​ເຄື່ອນ​ໄຫວ​ມີ​ໜ້າ ຢູ່ ສ​ປ​ປ ລາວ ເປັນ​ເວ​ລາ​ຍາວ​ນານກວ່າ ອົງ​ການຈັດ​ຕັ້ງ​ທີ່​ບໍ່​ສັງ​ກັດ​ລັດ​ຖະ​ບານ (NGOs) ສ່ວນ​ໃຫຍ່. ອົງ​ການ​ອ໋ອກ​ຟາມ ໄດ້​ເລີ່ມ​ສະ​ໜອງ​ທຶນ​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ອຸ​ປະ​ກອນ​ເອ​ເລັກ​ໂຕ​ຣ​ນິກ​ສຳ​ລັບ ຜູ້​ເຄາະ​ຮ້າຍພິ​ການ​ຈາກ​ສົງ​ຄາມ ແລະ ການ​ສະ​ໜັບ​ສະ​ໜູນ​ການ​ປົກ​ປ້ອງ​ແມ່ ແລະ ເດັກ ໃນ​ປີ 1983 ແລະ 1984 ແລ້ວ ໄດ້​ຂະ​ຫຍາຍ​ແຜນ​ງານ-ໂຄງ​ການ​ຂອງ​ຕົນ ກວມ​ເອົາຫຼາຍ​ຂະ​ແໜງ​ການ​ ເປັນ​ຕົ້ນ: ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ຊີ​ວິດ​ການ​ເປັນ​ຢູ່, ຄວາມ​ຍຸດ​ຕິ​ທຳ​ດ້ານ​ບົດ​ບາດ​ຍິງ-ຊາຍ ແລະ ສິດ​ທິ​ຂອງ​ແມ່​ຍິງ ກໍ​ຄື ການ​ພັດ​ທະ​ນາ​ພື້ນ​ທີ່​ຂອງ​ພົນ​ລະ​ເມືອງ.

ໃນ​ຕົ້ນຊຸມ​ປີ 1990, ອົງ​ກອນ​ອ໋ອ​ກ​ຟາມ​ປະ​ຈຳ​​ແບນ​ຢຽມ ໄດ້​ມີ​ອຸ​ດົມ​ການ​ເພື່ອ​ຈັດ​ຕັ້ງ​ແຜນ​ງານ-ໂຄງ​ການ​ພັດ​ທະ​ນາ​ ຢູ່ ສ​ປ​ປ ລາວ ໃນ​ໄລ​ຍະ​ຍາວກວ່າ​ເກົ່າ, ແຕ່​ກໍ​ຍັງ​ຂາດ​ຄວາມ​ເຂົ້າ​ໃຈ​ອັນ​ເລິກ​ເຊິ່ງ​ກ່ຽວ​ກັບ ສະ​ພາບ ແລະ ຄວ​າມ​ຕ້ອງ​ການ​ຂອງ​ລັດ​ຖະ​ບານ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ. ທ່ານ ຮິວ ແວນ ຣີ​ເກິນ​ມໍ​ເທວ (Hilde Van Regenmortel), ຜູ້​ຕາງ​ໜ້າ​ຂອງ ອົງ​ການ​ອ໋ອກ​ຟາມແບນ​ຢຽມ ກໍ​ໄດ້​ເດີນ​ທາງ​ມາ​​ສຶກ​ສາ​ຂໍ້​ມູນ​ທີ່ ສ​ປ​ປ ລາວ ໃນ​ເດືອນ ກໍ​ລະ​ກົດ ແລະ ສິງ​ຫາ 1992 ເພື່ອ​ປະ​ເມີນ ສະ​ພາບ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ ແລະ ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ລາວ. ການ​ພົວ​ພັນ​ຂອງທ່ານ ຮິວ ກັບ ຊຸມ​ຊົນ​ທ້ອງ​ຖິ່ນ, ພາກ​ສ່ວນ​ຕ່າງ​ປະ​ເທດ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ຊຸ​ມ​ຊົນ ແລະ ບັນ​ດາ​ກະ​ຊວງ​ກົມ​ກອງ​ຂອງ​ພາກ​ລັດ ໂດຍ​ສະ​ເພາະ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ນັ້ນ ຖື​ວ່າ ລ້ຳ​ຄ່າຍິ່ງ.

ທ່ານ ຮິວ ໄດ້​ເລົ່າ​ຄືນ​ວ່າ: “ຂໍ້​ແນະ​ນຳແມ່ນ​ໃຫ້​ເລີ່ມ​ແຜນ​ງານ-ໂຄງ​ການ​ຊົນ​ລະ​ປະ​ທານ ຍ້ອນ​ວ່າ ໃນ​ຕອນ​ນັ້ນ ບູ​ລິ​ມະ​ສິດ​ຕົ້ນໆ​ຂອງ​ລັດ​ຖະ​ບານ​ແມ່ນ ການ​ຄ້ຳ​ປະ​ກັນ​ດ້ານ​ສະບຽງ​ອາ​ຫານ ແລະ ຊົນ​ລະ​ປະ​ທານ​ກໍ​ເປັນ​ວິ​ທີ​ທາງ​ເພື່ອ​ຮັບ​ປະ​ກັນ​ອາ​ຫານ​ໃຫ້ຫຼາຍ​ຂຶ້ນ​ສຳ​ລັບ ປະ​ຊາ​ຊົນ​ລາວ​ທີ່​ ໄດ້​ຫລຸດ​ພົ້ນ​ອອກ​ຈາກ​ສົງ​ຄາມ​ມາ​ໃໝ່ໆ.”

ມ​າ​ຮອດ​ປີ 1992 ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຂອງ ກະ​ຊວງ​ກະ​ສິ​ກຳ​ ແລະ ປ່າ​ໄມ້ ໃນ ແຂວງ​ສະ​ຫວັນ​ນະ​ເຂດ, ອົງ​ການ ອ໋ອກ​ຟາມ ໄດ້​ສ້າງ​ຕັ້ງ​ໂຄງ​ການ​ຂະ​ໜາດ​ນ້ອຍ​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ ໂດຍ​ສຸມ​ໃສ່​ການ​ເພີ່ມ​ຂີດ​ຄວາມ​ສາ​ມາດ-ຄວາມ​ເປັນ​ເຈົ້າ​ການ ​ໃຫ້​ແກ່ ພາກ​ສ່ວນ​ຊຸມ​ຊົນ​ຊົນ​ນະ​ບົດ​ທີ່​ທຸກ​ຍາກ​ທີ່​ສຸດ. ອີງ​ຕາມ​ຜົນ​ສຳ​ເລັດ​ຂອງ​ອົງ​ການ ອ໋ອກ​ຟາມ ໃນ​ປະ​ເທດ​ອື່ນໆ, ວິ​ທີ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ ແມ່ນ ບົນ​ພື້ນ​ຖານ ‘ຂີດ​ຄວາມ​ສາ​ມາດ-ຄວາມ​ເປັນ​ເຈົ້າ​’. ກາ​ນມີ​ສ່ວນ​ຮ່ວມຂອງ​ທ້ອງ​ຖິ່ນ​ ໃນ​ການ​ວາງ​ແຜນ, ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ປະ​ເມີນ​ຜົນ​ໂຄງ​ການ ​ທີ່ເຄີຍ​ເປັນ ແລະ ກໍ​ຍັງ​ເປັນ ຈຸດ​ໃຈ​ກາງ​ຂອ​ງ​ທຸກໆ​ໂຄງ​ການ.

ໃນ​ປີ 1993, ອົງ​ການ ອ໋ອ​ກ​ຟາມ​ໄດ້ ສະ​ໜອງ​ທຶນ​ເຂົ້າ​ໃສ່​ການ ສຶກ​ສາ​ເສດ​ຖະ​ກິດ-ສັງ​ຄົມ​ຢູ່​ໃນ ເມືອງ​ເຊ​ໂປນ ເພື່ອ​ລະ​ບຸ​ວິ​ທີ​ການ​ທີ່​ດີ​ທີ່​ສຸດ​ເພື່ອ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ໃນ​ການ ສະ​ໜອງ ແລະ ຂະ​ຫຍາຍ​ການ​ບໍ​ລິ​ການ​ຂອງ​ຕົນ ໃຫ້​ແກ່ ຊຸມ​ຊົນ​ຊົນ​ນະ​ບົດ. ກິດ​ຈະ​ກຳ​ກະ​ສິ​ກຳ​ຂະ​ໜາດ​ນ້ອຍ ເຊັ່ນ ທະ​ນາ​ຄານ​ງົວ ແລະ ການ​ປູກຕົ້ນ​ໄມ້​ກິນ​ໝາກ ກໍ​ໄດ້​ເລີ່ມ​ຢູ່​ພາກ​ເໜືອ​ຂອງ​ປະ​ເທດ ຄື ແຂວງ​ຊຽງ​ຂວາງ. ຜົນ​ການ​ສຶກ​ສາ​ດັ່ງ​ກ່າວ​ໄດ້ ເປັນ​ພື້ນ​ຖານ​ສະ​ໜັບ​ສະ​ໜູນ​ກິດ​ຈະ​ກຳ​ການ​ພັດ​ທະ​ນາ ໃນ​ໄລ​ຍະ​ຫ້າ​ປີ​ຕໍ່​ໜ້າ ໂດຍ​ສະ​ເພາະ ການ​ສົ່ງ​ເສີມ​ອາ​ຊີບ​ລ້ຽງ​ປາ, ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ສັງ​ຄົມ, ກະ​ສິ​ກຳ ແລະ ການ​ຊ່ວຍ​ເຫຼືອ ຊຸມ​ຊົນ​ຊົນ​ນະ​ບົດ ແລະ ໂຄງ​ການ​ພັດ​ທະ​ນາ​ຊຸມ​ຊົນ.

ໃນ​ປີ 1994 ​ໂດຍ​ການ​ຮ່ວມ​ມື​ກັບ ສູນ​ພັດ​ທະ​ນາ​ຊົນ​ນະ​ບົດ​ໂພນ​ໂຮງ, ກະ​ຊວງ​ສະ​ກິ​ກຳ ແລະ ປ່າ​ໄມ້ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນເມືອງ, ອົງ​ການ​ອ໋ອກ​ຟາມ ໄດ້​ລິ​ເລີ່ມ​ໂຄງ​ການ​ພັດ​ທະ​ນາ​ຊຸມ​ຊົນ​ໂພນ​ໂຮງ. ໂຄງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສະ​ໜອງ​ທຶນ​ຈາກ ອົງ​ການ​ອ໋ອກ​ຟາມ ແລະ DGD ແລະ ໄດ້​​ນຳ​ການ ​ບໍ​ລິ​ການ​ດ້ານ​ການ​ພັດ​ທະ​ນາ ໃຫ້​ແກ່ ຂຸ​ມ​ຊົນ​ຊົນ​ນະ​ບົດ​ ຢູ່​ໃນ ແຂວງວຽງ​ຈັນ. ໂຄງ​ການ​ດັ່ງ​ກ່າວ​ປະ​ກອບ​ດ້ວຍ 8 ອົງ​ປະ​ກອບ-ກິດ​ຈະ​ກຳຫຼັກ​ຄື: ການ​ເຮັດ​ນາ ແລະ ລ້ຽງ​ສັດ, ປ່າ​ໄມ້​ຊຸມ​ຊົນ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ, ລະ​ບົບ​ສິນ​ເຊື່ອ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ ແລະ ການ​ເຮັດ​ສວນ​ຄົວ.  ໂຄງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໂພນ​ໂຮງ ໄດ້​ກວມ​ເອົາ ຫົກ​ບ້ານ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໄປ​ເຖິງ​ປີ 2005 ເຊິ່ງ​ໃນ​ຕອນ​ນີ້, ໂຄງ​ການ​ໄດ້​ປ່ຽນ​ໄປ​ສຸມ​ໃສ່ ການ​ເຊື່ອມ​ໂຍງ​ກັບ​ຕະຫຼາດ​ສຳ​ລັບ ຜົນ​ຜະ​ລິດ​ຂອງ​ຊຸມ​ຊົນ. ນອກ​ຈາກ​ການ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ຕ່ອງ​ໂສ້​ຄຸນ​ຄ່າ ຜ່ານ​ໂຄງ​ການ​ໂພນ​ໂຮງ ແລະ ການ​ສະ​ໜອງ​ທຶນ​ຂອງ ອ໋ອກ​ຟາມ​ໂນ​ວິບ (ເນ​ເທີ​ແລນ) ແລ້ວ, ໂຄງ​ການ​ກໍ​ຍັງ​ໄດ້​ເຂົ້າ​ເຖິງ​ແມ່​ຍິງ​ໃນ​ຊຸມ​ຊົນ​ທີ່​ຜະ​ລິດ​ສິນ​ຄ້າ​ຖັກ​ສານ. ໃນ​ບາງ​ຄອບ​ຄົວ, ແມ່​ຍິງ ແລະ ເດັກ​ຍິງ ໄດ້​ປະ​ກອນ​ສ່ວນ​ຕໍ່ ລາຍ​ໄດ້​ເປັນ​ເງິນ​ສົດ​ໃນ​ແຕ່​ລະ​ປີ ດ້ວຍ​ການ ຕັດ​ຫຍິບ​ເຄື່ອງ​ນຸ່ງຫົ່ມ ແລ ນຳ​ໄປ​ຂາຍ​ພາຍ​ໃນ​ຊຸມ​ຊົນ ຫຼື ບ້ານ​ໃກ້​ຄຽງ.

ໃນ​ທ້າຍ​ຊຸມ​ປີ 1990, ອົງ​ການ ອ໋ອກ​ຟາມ​ແບວ​ຢຽມ ແລະ ອ໋ອກ​ຟາມ​ອົ​ດ​ສະຕຣາ​ລີ ກໍ​ໄດ້​ເລີ່ມ​ເຮັດ​ວຽກ​​ໂດຍອີງ​ໃສ່​ຮູບ​ແບບ ແລະ ​ການຫັນ​ປ່ຽນ​ເປັນ ແຜນ​ງານ​ຂອງ ອ໋ອກ​ຟາມ​ ທີ່​ເປັນ​ເອ​ກະ​ພາບ ຢູ່​ໃນ ລາວ. ອົງ​ການ ອ໋ອກ​ຟາມ ອົດ​ສະ​ຕ​ຣາ​ລີ ​ໄດ້ມີ​ຫ້ອງ​ການ​ປະ​ຈຳ​​ຢູ່ລາວ ມາ​ໄດ້ໄລ​ຍະ​ໜຶ່ງແລ້ວ (ສອງ-ສາມ​ປີ) ແລະ ສ່ວນ​ໃຫຍ່​ກໍ ດຳ​ເນີນ​ງານ​ແຍກ​ຕ່າງ​ຫາກ. ປະ​ມານໜຶ່ງ​ທົດ​ສະ​ວັດ​ຕໍ່​ມາ, ອົງ​ການ​ອ໋ອກ​ຟາມ​ປະ​ຈຳ​ລາວ ກໍ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໂດຍ ສະ​ໜັບ​ສະ​ໜູນ ສີ່​ແຜນ​ງານ​ຄື: ການ​ມີ​ສ່ວນ​ຮ່ວມ​ຂອງ​ພົນ​ລະ​ເມືອງ ແລະ ການ​ພັດ​ທະ​ນາ​ອົງ​ການ​ສັງ​ຄົມ, ຄວາມ​ຍຸດ​ຕິ​ທຳ​ບົດ​ບາດ-ຍິງ​ຊາຍ, ຄວາມ​ທົ​ນ​ທານ​ຂອງ​ຊຸມ​ຊົນ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ການ​ລົງ​ທຶນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ. ອ໋ອກ​ຟາມ ໄດ້​ເຮັດ​ວຽກ​ກັບ ຜູ້​ໃຫ້​ທຶນ​, ຄູ່​ຮ່ວມ​ງານ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ​ຢ່າງກວ້າງ​ຂວາງ ເພື່ອ​ສົ່ງ​ເສີມ ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ ແລະ ສົມ​ບູນ.

ໃນ​ປັດ​ຈຸ​ບັນ, ອົງ​ການ ອ໋ອກ​ຟາມ​ປະ​ຈຳ​ລາວ ເປັນ​ສ່ວນ​ໜຶ່ງ​ຂອງ ກຸ່ມ​ປະ​ເທດກຳ​ປູ​ເຈຍ, ສ​ປ​ປ ລາວ ແລະ ຫວຽດ​ນາມ ເຊິ່ງ​ເປັນ ໂຄງ​ສ້າງ​ການ​ຈັດ​ຕັ້ງ​ທີ່​ໝູນ​ໃຊ້​​ ວາ​ລະ​ການ​ພັດ​ທະ​ນາ, ເຄື່ອ​ຂ່າຍ, ຊັບ​ພະ​ຍາ​ກອນ ແລະ ອິດ​ທິພົນ-ຜົນ​ກະ​ທົບ​ຮ່ວມ​ກັນ ເພື່ອ​ສົ່ງ​ເສີມ​ການ​ປ່ຽນ​ແປງ​ໃນ​ທາງບວກ ແລະ ຜົນ​ກະ​ທົບ​ຕໍ່​ການ​ຕໍ່​ສູ້​ກັບ​ຄວາມ​ທຸ​ກຍາກ​ໃນ​ລະ​ດັບ​ພາກ​ພື້ນ.  ທ່ານ​ນາງ ແຄດ​ທີ ຣີ​ເຊີດ, ຫົວ​ໜ້າ​ ອົງ​ການ ອ໋ອກ​ຟາມ​ກຸ່ມ​ປະ​ເທດ​ກຳ​ປູ​ເຈຍ, ສ​ປ​ປ ລາວ ແລະ ຫວຽດ​ນາມ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ທຸກ​ຄົນ​ໃນ​ອົງ​ການ ອ໋ອກ​ຟາມ ມີ​ຄວາມ​ໝາຍ​ໝັ້ນ​ຢ່າງ​ໜັກ​ແໜ້ນ ຕໍ່​ກັບ ຄຸນ​ທາດ​ຂອງ​ພວກ​ເຮົາ​ຄື: ຄວາມ​ເທົ່າ​ທຽມ, ຄວາມສາ​ມັກ​ຄີ, ການ​ມີ​ສ່ວນ​ຮ່ວມ, ຄວາມ​ຮັບ​ຜິດ​ຊອບ ແລະ ຄວາມ​ເປັນ​ເຈົ້າ​ການ. ພວກ​ເຮົາມຸ່ງ​ໝັ້ນນຳ​ເອົາ​ຄຸນ​ທາດ​ເຫຼົ່າ​ນີ້​ເຂົ້າ​ມາ​ນຳ​ໃຊ້​ກັບ ການ​ຮ່ວມ​ມື ແລະ ພຶດ​ຕິ​ກຳ​ຂອງ​ພວກ​ເຮົາ. ອົງ​ການ ອ໋ອກ​ຟາມ​ບໍ່​ໄດ້​ເຮັດ​ວຽກ​ຢ່າງ​​ໂດດດ່ຽວ. ເລື່ອງ​ລາວ​ຂອງ​ພວກ​ເຮົາ ເຊື່ອມ​ຕໍ່​ກັບ​ເລື່ອງ​ລາວ​ຂອງ​ທ່ານ ຕັ້ງ​ແຕ່ ປີ 1982 ຈົນມາ​ເຖິງ​ມື້​ນີ້. ພວກ​ເຮົາ​ເປັນ​ໜີ້​ບຸນ​ຄຸນ​ທ່ານ​ທຸກ​ຄົນ, ພວກ​ເຮົາ​ເປັນ​ໜີ້​ບຸນ​ຄຸນ ຊຸມ​ຊົນ​ໃນລາວ, ພວກ​ເຮົາ​ເປັນ​ໜີ້​ບຸນ​ຄຸນ​ປະ​ຊາ​ຊົນ​ລາວ ທີ່​ໄດ້​ໃຫ້​ພວກ​ເຮົາ​ທຸກ​ຄົນໄດ້​ເດີນ ແລະ ເຮັດ​ວຽກ​ຄຽງ​ຂ້າງ​ພວກ​ເຂົາ. ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ແລະ ຄວາມ​ຮູ້​ບຸນ​ຄຸນ​ທ່ານ, ຕະຫຼອດໄລ​ຍະ 40 ປີ."

Oxfam in Laos and partners celebrated 40 years working with the government, development partners and the Lao people to end poverty on 4 March 2022. Hosted at the Land Mark Hotel, the celebration brought together civil society actors, government representatives, and youth groups to share stories of their journeys in the development landscape. Mr Thasphorn Butsaling, National Director of Oxfam in Laos, and Kathy Richards, Director of the Oxfam Cambodia, Laos, Vietnam cluster, opened the event. Special guests, Dr Sisalao Svengsuksa, Director of the Association to Support the Development of Peasant Societies, Dr Chay Bounphanousay, General Director of the National Agriculture and Forestry Institute and Ms. Manivanh Suyavong, Director of the Gender Development Association, shared accounts of their twenty-some years working with Oxfam to promote equality for all.

Oxfam's 'The Future is Equal' contest, held from January to February 2022, allowed the public to portray, artistically, their vision for an equal future within their communities and the nation. The top three winners: Mr Duangdy Chanthasombath, who received first prize, Ms. Soudachin Soutthida and Mr Vansalerm Luangsouphone, who came second, and Mr Xaiyaphone Moukda, who came third, presented their works and plans to support Lao communities in the future, during the event.

Oxfam has had a presence in Laos longer than most NGOs. Beginning with funding workshops on electronics for disabled war victims and promoting maternal and child protection in 1983 and 1984, Oxfam has expanded its programs over several thematic areas. Namely, Natural Resource Management and Livelihoods, Gender Justice and Women's Rights, and Civic Space Development. Around the early 1990s, Oxfam Belgium realized a mission to set up a long-term development program in Laos however lacked a deep understanding of the context and needs of the government and local communities. Hilde Van Regenmortel, a representative of Oxfam Belgium, journeyed on an exploration mission to Laos in July and August of 1992 to assess the socio-economic context and the needs of the Lao people. Hilde's engagement with local communities, Community Aid Abroad and Lao Government Ministries—specifically, the Ministry of Agriculture and Forestry proved invaluable.“The advice was to start a program on irrigation. Because food security at the time was a top priority of the government and irrigation was a way to secure more food for Lao people coming out of war,” recounts Hilde.

By 1992, with support from the Ministry of Agriculture and Forestry in Savannakhet, Oxfam set up small-scale projects in Savannakhet, focusing on empowering the poorest section of rural communities. Based on Oxfam’s success in other countries, the approach to relief and development was ‘empowerment’ centric. Local participation in project planning, implementation, and evaluation was, and remains, the core of all projects. In 1993, Oxfam financed a socio-economic study in Sepone to identify how best to support the government to deliver and expand its services to rural communities. Small agriculture activities such as cattle banks and orchard planting also began in the north, Xieng Khuang province. Findings from the study backed a wide range of development activities over the next five years, namely fish farming promotion, access to social services, agriculture services, assistance to peasant communities, and rural development projects.

In 1994, partnered with Phoneshong Rural Development Center, the Ministry of Agriculture and Forestry and local district authorities, Oxfam launched the Phoneshong Rural Development project. The project received funding from Oxfam and Directorate-general Development Cooperation and Humanitarian Aid (DGD) and advanced development services closer to rural communities in Vientiane Province. Eight interventions made up the core of the project: paddy and livestock production, communal forestry, small-scale enterprise, credit system, health, education, and home gardening. The Phoneshong Rural Development project covered over six villages and operated until 2005, at this point, the focus shifted to market integration for outputs produced by communities. In addition to agriculture and value chain development, support, financed by Oxfam Novib (Netherlands), also reached women in the communities that produced weaved goods. In some families, women and girls contributed to the annual cash income solely by tailoring traditional clothes and selling them within their communities or nearby villages.

Around the late 1990s, Oxfam Belgium and Oxfam Australia began working on a model and transition to a unified Oxfam program in Laos. Oxfam Australia was already based in Laos for a few years and often operated separately. After about a decade, Oxfam in Laos was officially born. Hosting four programs: Citizen Participation and Civil Society Development, Gender Justice, Resilient Communities, Sustainable Develop and Responsible Investment, Oxfam worked with a wide range of donors, partners, and local communities to promote sustainable and inclusive development. Currently, Oxfam in Laos is part of the Cambodia, Laos, Vietnam cluster. A structure that leverages shared development agendas, networks, resources, and influence to promote positive change and impact on the fight against poverty at a regional scale. “All of us in Oxfam are deeply committed to our values of equality, solidarity, inclusion, accountability, and empowerment. We strive to bring these values to our partnerships, and our behaviors. Oxfam is not working in isolation. Our story connects to your stories, from 1982, until today. We owe all of you, we owe the communities in Laos, we are indebted to the people of Laos for allowing us to walk and work alongside them. We offer you our thanks and gratitude, for the past 40 years." - Kathy Richards, Oxfam Cambodia, Laos, Vietnam Cluster